Company Profile of Sokxay Group ບໍລິສັດໂຊກໄຊຈະເລີນການຄ້າ ສ້າງຕັ້ງຂຶ້ນໃນປີ 2005 ໂດຍທ່ານ ປະທານໂຊກໄຊ ສົມໃຈນຶກ. ພາຍຫຼັງ 5 ປີແຫ່ງການດຳເນີນທຸລະກິດ, ບໍລິສັດໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງກວ້າງຂວາງ. ໃນປີ 2010, ບໍລິສັດໄດ້ພັດທະນາເປັນກຸ່ມທຸລະກິດ, ເອີ້ນວ່າ “ກຸ່ມບໍລິສັດໂຊກໄຊ”. ປະຈຸບັນ, ພວກເຮົາໄດ້ດຳເນີນທຸລະກິດຫລາຍປະເພດທີ່ແຕກຕ່າງກັນ ຄື: ຫວຍ, ເຄື່ອງອຸປະໂພກບໍລິໂພກ, ຢາງລົດ, ໂທລະສັບມືຖື ແລະ ອຸປະກອນເອເລັກໂຕຣນິກ, ໂຮງງານຊີມັງ, ອະສັງຫາລິມະຊັບ, ຮ້ານອາຫານ, ມິນິມາດ, ກໍ່ສ້າງ ແລະ ການເງິນຈຸລະພາກ. ເພື່ອໃຫ້ສອດຄ່ອງກັບຈັງຫວະການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ, ພວກເຮົາໄດ້ຮັບສະໝັກພະນັກງານຈໍານວນທັງໝົດ 500 ກວ່າຄົນ ໃນ 3 ສາຂາທົ່ວ ສປປ ລາວ ລວມມີ: ນະຄອນຫຼວງວຽງຈັນ (ສໍານັກງານໃຫຍ່), ແຂວງຫຼວງພະບາງ ແລະ ແຂວງຈໍາປາສັກ. ຫົວໜ່ວຍທຸລະກິດທັງໝົດພາຍໃນກຸ່ມບໍລິສັດໂຊກໄຊ ແມ່ນໄດ້ຈົດທະບຽນພາຍໃຕ້:…