Small-Concrete-logo-400x300

ໂຮງງານໂຊກໄຊ ຈະເລິນ ຄອນກຣີດ

ໂຮງງານໂຊກໄຊຈະເລີນຄອນກຣີດຈໍາກັດ ເປັນບໍລິສັດໜື່ງທີ່ດໍາເນີນທຸລະກິດດ້ານການບໍລິການປູນແຫຼວຄອນກຣີດ ແລະ ແຜນພື້ນອັດແຂງສໍາເລັດຮູບ. ໂຮງງານໂຊກໄຊຈະເລີນຄອນກຣີດໄດ້ຖືກສ້າງຕັ້ງຂຶ້ນໃນວັນທີ 13 ກັນຍາ ປີ 2010 ໂດຍ ທ່ານ ໂຊກໄຊ ສົມໃຈນຶກ. ໂຮງງານດັ່ງກ່າວນີ້ແມ່ນຂຶ້ນກັບກຸ່ມບໍລິສັດ ໂຊກໄຊຈະເລີນຈໍາກັດ. ໂຮງງານຂອງພວກເຮົາເປັນໜຶ່ງກຸ່ມໂຮງງານປູນແຫຼວທີ່ມີຄວາມໜ້າເຊື່ອຖື ແລະ ຖືກຍອມຮັບຈາກລູກຄ້າພາຍໃນຂົງເຂດທົ່ວປະເທດ.

ໂຮງງານຂອງພວກເຮົາໃຫ້ບໍລິການແຜ່ນພື້ນອັດແຂງທີ່ໄດ້ຄຸນນະພາບແລະໄດ້ມາດຕະຖານສາກົນ. ໃສ່ ເຫຼັກ 107 ເສັ້ນ, ພ້ອມປູນເຂັ້ມ 400 ກິໂລ, ມີຄວາມແຂງແກ່ນທົນທານ. ໂຮງງານຂອງພວກເຮົາຍັງມີລົດເຄນ 3 ຄັນ ພ້ອມທີ່ຈະໃຫ້ບໍລິການສົ່ງແຜ່ນພື້ນແຂງໃຫ້ກັບລູກຄ້າໄດ້ຕະຫຼອດເວລາ, ນອກຈາກນັ້ນນີ້ຍັງມີນັກວິຊາການຂອງພວກເຮົາໄປວັດແທກໃຫ້ ພ້ອມກັບອະທິບາຍວິທີການຕິດຕັ້ງໃຫ້ກັບລູກຄ້າ.

ໂຮງງານພວກເຮົາຍັງມີລົດໂມ້ປູນ 20 ກ່ວາຄັນ ແລະ ລົດປ້ຳປູນ 3ຄັນ ເພື່ອຄອຍໃຫ້ບໍລິການກັບລູກຄ້າພາຍໃນນະຄອນຫຼວງວຽງຈັນ. ການບໍລິການປູນຂອງພວກເຮົາແມ່ນເລີ່ມຕົ້ນຈາກ 200-250 ກິໂລ, 300-350 ກິໂລ, 400-450 ກິໂລ ແລ້ວແຕ່ຄວາມຕ້ອງການຂອງລູກຄ້າທີ່ຈະນໍາໄຊ້ເຂົ້າໃນວຽກງານຕົວຈິງ. ກໍາລັງການຜະລິດຂອງໂຮງງານພວກເຮົາສາມາດຜະລິດໄດ້ 500-600ແມັດກ້ອນຕໍ່ມື້. ນອກນັ້ນໂຮງງານຂອງພວກເຮົາຍັງມີໂຮງງານຂົບຫີນພ້ອມ ແລະ ສາມາດຂົບຫີນໄດ້ປະມານ 500ແມັດກ້ອນຕໍ່ມື້ໜຶ່ງ.

Testimonials

Addresss

ບ້ານທາດຫຼວງກາງ I ໜ່ວຍ 12 I ຖະໜົນກຳແພງເມືອງ,
ເມືອງ ໄຊເສດຖາ I ນະຄອນຫຼວງວຽງຈັນ

ໂທຫາພວກເຮົາ

(+856) 202826697
[contact-form-7 id=”2041″]

Construction Gallery