Company Profile of Sokxay Group
ບໍລິສັດໂຊກໄຊຈະເລີນການຄ້າ ສ້າງຕັ້ງຂຶ້ນໃນປີ 2005 ໂດຍທ່ານ ປະທານໂຊກໄຊ ສົມໃຈນຶກ. ພາຍຫຼັງ 5 ປີແຫ່ງການດຳເນີນທຸລະກິດ, ບໍລິສັດໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງກວ້າງຂວາງ. ໃນປີ 2010, ບໍລິສັດໄດ້ພັດທະນາເປັນກຸ່ມທຸລະກິດ, ເອີ້ນວ່າ “ກຸ່ມບໍລິສັດໂຊກໄຊ”.
ປະຈຸບັນ, ພວກເຮົາໄດ້ດຳເນີນທຸລະກິດຫລາຍປະເພດທີ່ແຕກຕ່າງກັນ ຄື: ຫວຍ, ເຄື່ອງອຸປະໂພກບໍລິໂພກ, ຢາງລົດ, ໂທລະສັບມືຖື ແລະ ອຸປະກອນເອເລັກໂຕຣນິກ, ໂຮງງານຊີມັງ, ອະສັງຫາລິມະຊັບ, ຮ້ານອາຫານ, ມິນິມາດ, ກໍ່ສ້າງ ແລະ ການເງິນຈຸລະພາກ. ເພື່ອໃຫ້ສອດຄ່ອງກັບຈັງຫວະການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ, ພວກເຮົາໄດ້ຮັບສະໝັກພະນັກງານຈໍານວນທັງໝົດ 500 ກວ່າຄົນ ໃນ 3 ສາຂາທົ່ວ ສປປ ລາວ ລວມມີ: ນະຄອນຫຼວງວຽງຈັນ (ສໍານັກງານໃຫຍ່), ແຂວງຫຼວງພະບາງ ແລະ ແຂວງຈໍາປາສັກ.
ຫົວໜ່ວຍທຸລະກິດທັງໝົດພາຍໃນກຸ່ມບໍລິສັດໂຊກໄຊ ແມ່ນໄດ້ຈົດທະບຽນພາຍໃຕ້: ບໍລິສັດໂຊກໄຊຈະເລີນການຄ້າ, ບໍລິສັດໂຊກໄຊຈະເລີນຄອນກຣີດ, ບໍລິສັດຮຸ່ງເຮືອງຈະເລີນການຄ້າ, ບໍລິສັດລໍາລວຍຈະເລີນການສື່ສານ ແລະ ໄຟຟ້າ,ບໍລິສັດວິໄລຈະເລີນການຄ້າ, ບໍລິສັດໂຊກໄຊນໍາເຂົ້າ-ສົ່ງອອກອາຫານ ແລະ ເຄື່ອງດື່ມ, ບໍລິສັດໂຊກໄຊຈະເລີນອະສັງຫາລິມະຊັບ , ບໍລິສັດໂຊກໄຊຈະເລີນຕົວແທນຫວຍ , ບໍລິສັດໂຊກໄຊຈະເລີນກໍ່ສ້າງ.
ບັນດາບໍລິສັດ ໃນເຄື່ອງ ກຸ່ມບໍລິສັດໂຊກໄຊ
- Sokxay Chaleun Kankhar (Consumer Products)
- Lamluang Communication & Electronics (LCE)
- Sokxay Modern Lottery
- Sokxay Chaleun Concrete
- Vilay Chaleun Kankhar
- Houng Heuang Chaleun Karnkhar
- Sokxay Real Estate
- Sokxay Micro-finance Institute
- Sokxay Chaleun Construction
- Chaleun Distribution Systems (Sokxay Mart)
- Sokxay Food & Beverage
– Soxkay Lotteria Laos
– Soxkay Cafe Restaurant - Sokxay IT Development
- Sokxay Insurance(Life & Non-life)
- Joint Venture with TOYOTA LAO