ທ່ານ ນາງ ວະນິດາ ສົມໃຈນຶກ

ຜູ້ຮ່ວມກໍ່ຕັ້ງ, ແລະ ເປັນຮອງປະທານ ຂອງກຸ່ມບໍລິສັດໂຊກໄຊ

ປະຫວັດຄວາມເປັນມາຂອງບໍລິສັດ:

ບໍລິສັດໂຊກໄຊຈະເລີນການຄ້າ ສ້າງຕັ້ງຂຶ້ນໃນປີ 2005 ໂດຍທ່ານ ປະທານໂຊກໄຊ ສົມໃຈນຶກ. ພາຍຫຼັງ 5 ປີ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ບໍ​ລິ​ສັດ​ໄດ້​ມີການເຕີບໃຫຍ່ ແລະ ຂະ​ຫຍາຍ​ຕົວ​ຢ່າງກວ້າງຂວາງ. ໃນປີ 2010, ບໍລິສັດໄດ້ພັດທະນາເປັນກຸ່ມທຸລະກິດ, ເອີ້ນວ່າ “ກຸ່ມບໍລິສັດໂຊກໄຊ”.

ປະຈຸ​ບັນ, ພວກ​ເຮົາ​ໄດ້​ດຳ​ເນີນ​ທຸລະ​ກິດ​ຫລາຍ​ປະ​ເພດທີ່ແຕກຕ່າງກັນ ​ຄື: ຫວຍ, ​ເຄື່ອງ​ອຸປະ​ໂພ​ກບໍລິ​ໂພ​ກ, ຢາງລົດ, ​ໂທລະສັບ​ມື​ຖື ​ແລະ ​ອຸປະກອນ​ເອ​ເລັກ​ໂຕຣນິກ, ໂຮງງານ​ຊີມັງ, ອະສັງຫາລິມະ​ຊັບ, ຮ້ານ​ອາຫານ​, ມິ​ນິ​ມາ​ດ, ກໍ່ສ້າງ ​ແລະ ການ​ເງິນ​ຈຸ​ລະ​ພາກ. ເພື່ອໃຫ້ສອດຄ່ອງກັບຈັງຫວະການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ, ພວກເຮົາໄດ້ຮັບສະໝັກພະນັກງານຈໍານວນທັງໝົດ 500 ກວ່າຄົນ ໃນ 3 ສາຂາທົ່ວ ສປປ ລາວ ລວມມີ: ນະຄອນຫຼວງວຽງຈັນ (ສໍານັກງານໃຫຍ່), ແຂວງຫຼວງພະບາງ ແລະ ແຂວງຈໍາປາສັກ.

ຫົວໜ່ວຍທຸລະກິດທັງໝົດພາຍໃນກຸ່ມບໍລິສັດໂຊກໄຊ ແມ່ນໄດ້ຈົດທະບຽນພາຍໃຕ້: ບໍລິສັດໂຊກໄຊຈະເລີນການຄ້າ, ບໍລິສັດໂຊກໄຊຈະເລີນຄອນກຣີດ, ບໍລິສັດຮຸ່ງເຮືອງຈະເລີນການຄ້າ, ບໍລິສັດລໍາລວຍຈະເລີນການສື່ສານ ແລະ ໄຟຟ້າ,ບໍລິສັດວິໄລຈະເລີນການຄ້າ, ບໍລິສັດໂຊກໄຊນໍາເຂົ້າ-ສົ່ງອອກອາຫານ ແລະ ເຄື່ອງດື່ມ, ບໍລິສັດໂຊກໄຊຈະເລີນອະສັງຫາລິມະຊັບ , ບໍລິສັດໂຊກໄຊຈະເລີນຕົວແທນຫວຍ , ບໍລິສັດໂຊກໄຊຈະເລີນກໍ່ສ້າງ.

ອາຊີບທາງດ້ານທຸລະກິດ:


ປີ 2005: ເລີ່ມທຸລະກິດທຳອິດໂດຍການສ້າງຕັ້ງບໍລິສັດໂຊກໄຊຈະເລີນການຄ້າເປັນຕົວແທນຈຳໜ່າຍສິນຄ້າທີ່ມີຊື່ສຽງຄື: ແມັກຊິດສ ແລະ ຢູນິບ
ປີ 2007         ເຊັນສັນຍາກັບ SC ຈອນສັນເພື່ອເປັນຕົວແທນຈຳໜ່າຍຢ່າງເປັນທາງການໃນລາວ ແລະ ມີດ ຈອນສັນ
ປີ 2009          ສ້າງຕັ້ງຫົວໜ່ວຍທຸລະກິດທີ 2 ເປັນຕົວແທນຈໍາໜ່າຍຫວຍລາວທັນສະໄໝ ຈໍານວນ 2, 3 ແລະ 4 ຕົວເລກ
ປີ 2010          ປະທານກຸ່ມບໍລິສັດໂຊກໄຊ ພ້ອມດ້ວຍຫົວໜ່ວຍທຸລະກິດຈຳນວນໜຶ່ງຄື: ເຄື່ອງອຸປະໂພກ, ບໍລິໂພກ, ແມກຊິດສ, ຫວຍທັນສະໄໝ ແລະ ກໍ່ສ້າງໂຮງງານຄອນກິຣດໃໝ່, ຊື່ວ່າບໍລິສັດໂຊກໄຊຈະເລີນຄອນກຣີດ.
ປີ 2012       ສ້າງຕັ້ງອີກ 2 ຫົວໜ່ວຍທຸລະກິດຄື: ໂຊກໄຊຈະເລີນກໍ່ສ້າງ ແລະ ໂຊກໄຊຈະເລີນການ ສື່ສານ ແລະ ເອເລັກໂຕຣນິກ, ເປັນຮ້ານຂາຍຍ່ອຍ ແລະ ຂາຍສົ່ງຍີ່ຫໍ້ທີ່ມີຊື່ສຽງຄື: ແອບໂປ ແລະ ຊໍາຊຸງ
ປີ 2013               ສ້າງຕັ້ງບໍລິສັດໂຊກໄຊ ອະສັງຫາລິມະຊັບ ແລະ ຮຸ່ງເຮືອງຈະເລີນການຄ້າ ໂດຍເປັນຕົວແທນຈຳໜ່າຍ ຄໍເກຣດ ຢ່າງເປັນທາງການ
ປີ 2014               ສ້າງຕັ້ງຫົວໜ່ວຍທຸລະກິດຕື່ມອີກໜຶ່ງຫົວໜ່ວຍທຸລະກິດ, ມີຊື່ວ່າ: ໂຊກໄຊສະຖາບັນການເງິນຈຸລະພາກ ແລະ ໄດ້ລົງນາມໃນຂໍ້ຕົກລົງເປັນຕົວແທນຈໍາໜ່າຍ ແຄັດໂຕຣນ ແລະ ໂມເດີເດດ ຢ່າງເປັນທາງການ.
ປີ 2016               ຂະຫຍາຍກຸ່ມບໍລິສັດໂຊກໄຊ ເຂົ້າສູ່ຕະຫຼາດຂາຍຍ່ອຍໂດຍການສ້າງຕັ້ງ ໂຊກໄຊມິນິມຣາດ ແລະ ເຂົ້າສູ່ທຸລະກິດອາຫານ ແລະ ເຄື່ອງດື່ມ ໂດຍການຊື້ ແຟຣນຊາຍ ຈາກປະເທດເກົາຫຼີໃຕ້, ຊື່ວ່າ ລອດຕາເລຍ ແລະ ໂຊກໄຊຮ້ານອາຫານ ຄາເຟ, ໃຫ້ບໍລິການອາຫານຫວຽດນາມ & ຕາເວັນຕົກ & ກາເຟຊັ້ນນໍາ.

 


 

ຂໍ້ມູນຕິດຕໍ: