ທ່ານ ນາງ ວະນິດາ ສົມໃຈນຶກ
ປະຫວັດຄວາມເປັນມາຂອງບໍລິສັດ:
ບໍລິສັດໂຊກໄຊຈະເລີນການຄ້າ ສ້າງຕັ້ງຂຶ້ນໃນປີ 2005 ໂດຍທ່ານ ປະທານໂຊກໄຊ ສົມໃຈນຶກ. ພາຍຫຼັງ 5 ປີແຫ່ງການດຳເນີນທຸລະກິດ, ບໍລິສັດໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງກວ້າງຂວາງ. ໃນປີ 2010, ບໍລິສັດໄດ້ພັດທະນາເປັນກຸ່ມທຸລະກິດ, ເອີ້ນວ່າ “ກຸ່ມບໍລິສັດໂຊກໄຊ”.
ປະຈຸບັນ, ພວກເຮົາໄດ້ດຳເນີນທຸລະກິດຫລາຍປະເພດທີ່ແຕກຕ່າງກັນ ຄື: ຫວຍ, ເຄື່ອງອຸປະໂພກບໍລິໂພກ, ຢາງລົດ, ໂທລະສັບມືຖື ແລະ ອຸປະກອນເອເລັກໂຕຣນິກ, ໂຮງງານຊີມັງ, ອະສັງຫາລິມະຊັບ, ຮ້ານອາຫານ, ມິນິມາດ, ກໍ່ສ້າງ ແລະ ການເງິນຈຸລະພາກ. ເພື່ອໃຫ້ສອດຄ່ອງກັບຈັງຫວະການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ, ພວກເຮົາໄດ້ຮັບສະໝັກພະນັກງານຈໍານວນທັງໝົດ 500 ກວ່າຄົນ ໃນ 3 ສາຂາທົ່ວ ສປປ ລາວ ລວມມີ: ນະຄອນຫຼວງວຽງຈັນ (ສໍານັກງານໃຫຍ່), ແຂວງຫຼວງພະບາງ ແລະ ແຂວງຈໍາປາສັກ.
ຫົວໜ່ວຍທຸລະກິດທັງໝົດພາຍໃນກຸ່ມບໍລິສັດໂຊກໄຊ ແມ່ນໄດ້ຈົດທະບຽນພາຍໃຕ້: ບໍລິສັດໂຊກໄຊຈະເລີນການຄ້າ, ບໍລິສັດໂຊກໄຊຈະເລີນຄອນກຣີດ, ບໍລິສັດຮຸ່ງເຮືອງຈະເລີນການຄ້າ, ບໍລິສັດລໍາລວຍຈະເລີນການສື່ສານ ແລະ ໄຟຟ້າ,ບໍລິສັດວິໄລຈະເລີນການຄ້າ, ບໍລິສັດໂຊກໄຊນໍາເຂົ້າ-ສົ່ງອອກອາຫານ ແລະ ເຄື່ອງດື່ມ, ບໍລິສັດໂຊກໄຊຈະເລີນອະສັງຫາລິມະຊັບ , ບໍລິສັດໂຊກໄຊຈະເລີນຕົວແທນຫວຍ , ບໍລິສັດໂຊກໄຊຈະເລີນກໍ່ສ້າງ.
ອາຊີບທາງດ້ານທຸລະກິດ:
| ປີ 2005: | ເລີ່ມທຸລະກິດທຳອິດໂດຍການສ້າງຕັ້ງບໍລິສັດໂຊກໄຊຈະເລີນການຄ້າເປັນຕົວແທນຈຳໜ່າຍສິນຄ້າທີ່ມີຊື່ສຽງຄື: ແມັກຊິດສ ແລະ ຢູນິບ |
| ປີ 2007 | ເຊັນສັນຍາກັບ SC ຈອນສັນເພື່ອເປັນຕົວແທນຈຳໜ່າຍຢ່າງເປັນທາງການໃນລາວ ແລະ ມີດ ຈອນສັນ |
| ປີ 2009 | ສ້າງຕັ້ງຫົວໜ່ວຍທຸລະກິດທີ 2 ເປັນຕົວແທນຈໍາໜ່າຍຫວຍລາວທັນສະໄໝ ຈໍານວນ 2, 3 ແລະ 4 ຕົວເລກ |
| ປີ 2010 | ປະທານກຸ່ມບໍລິສັດໂຊກໄຊ ພ້ອມດ້ວຍຫົວໜ່ວຍທຸລະກິດຈຳນວນໜຶ່ງຄື: ເຄື່ອງອຸປະໂພກ, ບໍລິໂພກ, ແມກຊິດສ, ຫວຍທັນສະໄໝ ແລະ ກໍ່ສ້າງໂຮງງານຄອນກິຣດໃໝ່, ຊື່ວ່າບໍລິສັດໂຊກໄຊຈະເລີນຄອນກຣີດ. |
| ປີ 2012 | ສ້າງຕັ້ງອີກ 2 ຫົວໜ່ວຍທຸລະກິດຄື: ໂຊກໄຊຈະເລີນກໍ່ສ້າງ ແລະ ໂຊກໄຊຈະເລີນການ ສື່ສານ ແລະ ເອເລັກໂຕຣນິກ, ເປັນຮ້ານຂາຍຍ່ອຍ ແລະ ຂາຍສົ່ງຍີ່ຫໍ້ທີ່ມີຊື່ສຽງຄື: ແອບໂປ ແລະ ຊໍາຊຸງ |
| ປີ 2013 | ສ້າງຕັ້ງບໍລິສັດໂຊກໄຊ ອະສັງຫາລິມະຊັບ ແລະ ຮຸ່ງເຮືອງຈະເລີນການຄ້າ ໂດຍເປັນຕົວແທນຈຳໜ່າຍ ຄໍເກຣດ ຢ່າງເປັນທາງການ |
| ປີ 2014 | ສ້າງຕັ້ງຫົວໜ່ວຍທຸລະກິດຕື່ມອີກໜຶ່ງຫົວໜ່ວຍທຸລະກິດ, ມີຊື່ວ່າ: ໂຊກໄຊສະຖາບັນການເງິນຈຸລະພາກ ແລະ ໄດ້ລົງນາມໃນຂໍ້ຕົກລົງເປັນຕົວແທນຈໍາໜ່າຍ ແຄັດໂຕຣນ ແລະ ໂມເດີເດດ ຢ່າງເປັນທາງການ. |
| ປີ 2016 | ຂະຫຍາຍກຸ່ມບໍລິສັດໂຊກໄຊ ເຂົ້າສູ່ຕະຫຼາດຂາຍຍ່ອຍໂດຍການສ້າງຕັ້ງ ໂຊກໄຊມິນິມຣາດ ແລະ ເຂົ້າສູ່ທຸລະກິດອາຫານ ແລະ ເຄື່ອງດື່ມ ໂດຍການຊື້ ແຟຣນຊາຍ ຈາກປະເທດເກົາຫຼີໃຕ້, ຊື່ວ່າ ລອດຕາເລຍ ແລະ ໂຊກໄຊຮ້ານອາຫານ ຄາເຟ, ໃຫ້ບໍລິການອາຫານຫວຽດນາມ & ຕາເວັນຕົກ & ກາເຟຊັ້ນນໍາ. |
ຂໍ້ມູນຕິດຕໍ:
- ເບີໂທຕິດຕໍ່: +856 20 55 639 999
- Email: vanida@sokxaygroup.com





















