
ບໍລິສັດ ໂຊກໄຊ ຈະເລີນ ກໍ່ສ້າງ
ບໍລິສັດ ໂຊກໄຊ ຈະເລີນກໍ່ສ້າງ ໄດ້ຖືກສ້າງຕັ້ງຂື້ນຕັ້ງແຕ່ ປີ 2012 ໂດຍ ທ່ານ ໂຊກໄຊ ສົມໃຈນຶກ ແລະ ທີມງານ ສະຖາປະນິກ, ມັນທະນາກອນ ແລະ ວິສະວະກອນໄວຫນຸ່ມ ທີ່ມີປະສົບການ ແລະ ຄວາມສາມາດ ທີ່ຈະໃຫ້ບໍລິການ ດ້ານການສຳຫຼວດ, ອອກແບບສະຖາປັດຕະຍະກຳ, ງານຕົກແຕ່ງພາຍໃນ-ພາຍນອກ ທຸກຮູບແບບ. ດ້ວຍຄວາມພະຍາຍາມທີ່ຈະປັບປຸງ ແລະ ພັດທະນາ ການບໍລິການ ເພຶ່ອຄວາມຢູ່ສະບາຍ ແລະ ຫລຸດຜ່ອນຄ່າໃຊ້ຈ່າຍ ໃນຂັ້ນຕອນຕ່າງໆ ຂອງງານອອກແບບ ຕົບແຕ່ງ ແລະ ກໍ່ສ້າງໃຫ້ກັບລູກຄ້າ ຈຶ່ງໄດ້ພັດທະນາຈົນກາຍມາເປັນ ບໍລິສັດທີ່ໃຫ້ການບໍລິການ ດ້ານການສຳຫລວດ, ອອກແບບ ແລະ ກໍ່ສ້າງຢ່າງຄົບວົງຈອນໃນປີ 2016
ບໍລິສັດ ໂຊກໄຊ ຈະເລີນ ສຳຫລວດ ອອກແບບ ແລະ ກໍ່ສ້າງ ຈະມຸ່ງຫມັ້ນດຳເນີນທຸລະກິດ ໃນດ້ານ ສະຖາປັດຕະຍະກຳ ໃຫ້ສວຍງາມ, ມີຄຸນນະພາບ ແລະ ມີຈັນຍາບັນ. ນອກຈາກນີ້ ທາງບໍລິສັດຍັງໄດ້ກຳນົດຈຸດປະສົງ ແລະ ເປົ້າຫມາຍ ໂດຍແນໃສ່ການພັດທະນາ ທາງດ້ານ ຮູບແບບ ແລະ ຮູບຊົງ ຂອງອາຄານ ໃຫ້ມີຄວາມເປັນເອກະລັກ ແລະ ເອົາໃຈໃສ່ສຶກສາຄົ້ນຄວ້າເຕັກນິກດ້ານວິຊາການ ແລະ ເທັກໂນໂລຊີທີ່ທັນສະໄຫມຈາກຕ່າງປະເທດ ເພຶ່ອຈະໄດ້ນຳມາພັດທະນາການກໍ່ສ້າງຢ່າງຮອບດ້ານ
Construction Gallery
Testimonials

Mr.Yeng Yeng
Regular Client
Mr.Yengyang he is trusting with Sokxay Construction quality that have used services of Sokxay Construction on his real estate for a long time
Addresss
ບ້ານທາດຫຼວງກາງ I ໜ່ວຍ 12 I ຖະໜົນກຳແພງເມືອງ
, ເມືອງໄຊເສດຖາ I ນະຄອນຫຼວງວຽງຈັນ, ລາວ
, ເມືອງໄຊເສດຖາ I ນະຄອນຫຼວງວຽງຈັນ, ລາວ
Call us
[contact-form-7 id=”2041″]