
ຫວຍ ທັນສະໄໝ ໂຊກໄຊ
ບໍລິສັດ ຕົວແທນຈຳໜ່າຍຫວຍ ພັດທະນາໂຊກໄຊຈະເລີນ ຈຳກັດຜູ້ດຽວ ເປີດໃຫ້ບໍລິການ ໃນວັນທີ 9 ເດືອນ ກັນຍາ ປີ 2009 ໂດຍ ທ່ານ ໂຊກໄຊ ສົມໃຈນຶກ, ເປັນຕົວແທນຈຳໜ່າຍຫວຍພັດທະນາ ເລກ2ໂຕ, 3ໂຕ, 4ໂຕ ແລະ 5ໂຕ ທັງແບບຫວຍຈົດ ແລະ ຫວຍທັນສະໄໝທີ່ໃຊ້ລະບົບເອເລັກໂຕຣນິກທີ່ທັນສະໄໝໃນການຈຳໜ່າຍຫວຍໃນຂອບເຂດທົ່ວປະເທດ. ບໍລິສັດຂອງພວກເຮົາ ເປັນຫນື່ງໃນເຄືອຂອງ ກຸ່ມບໍລິສັດໂຊກໄຊ ເຊິ່ງໄດ້ບໍລິຫານງານພາຍໃຕ້ການເບີ່ງແຍ່ງຂອງລັດວິສະຫະກິດຫວຍພັດທະນາ ໃນການຈໍາໜ່າຍ ແລະ ອອກລາງວັນ.
ບໍລິສັດ ຕົວແທນຈຳໜ່າຍຫວຍ ພັດທະນາໂຊກໄຊຈະເລີນ ຈໍາກັດຜູ້ດຽວ ໄດ້ແນ່ໃສ່ການພັດທະນາທຸລະກິດ ໂດຍການນຳໃຊ້ລະບົບເຕັກໂນໂລຢີຂັ້ນສູງໃນການພັດທະນາລະບົບການບໍລິການໃຫ້ແທດເໝາະກັບສັງຄົມລາວໃນປະຈຸບັນ. ນອກຈາກນັ້ນ, ທາງບໍລິສັດກໍ່ຍັງມີກິດຈະກຳໃນການຊ່ວຍເຫຼືອສັງຄົມໃນທຸກໆປີ ບໍ່ວ່າຈະເປັນດ້ານການສຶກສາ, ສາທາລະນະສຸກ, ການຊ່ວຍເຫຼືອພາກລັດ, ແລະ ການພັດທະນາເສດຖະກີດສັງຄົມ. ບໍລິສັດຂອງພວກເຮົາ ຍັງສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ບັນລຸເປົ້າໝາຍທີ່ຈະກ້າວເປັນບໍລິສັດທີ່ໄດ້ມາດຕະຖານສາກົນ ເຊີ່ງເປັນບໍລິສັດຂອງຄົນລາວ ແລະ ມີພະນັກງານຄົນລາວ 100%.
CERTIFIED BY MINISTRY OF INDUSTRY AND COMMERCE
Reference to the Lao National Enterprise Database link below, So you can search by the Enterprise license number here is will be shown our company information that has certified from the Lao Industry Ministry.
Company name: SOKXAYCHALEUN LOTTERY AGENCY CO.,LTD