
ສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນໂຊກໄຊແມ່ນສະຖາບັນການເງິນຂອງເອກະຊົນ ຊື່ງໄດ້ຮັບໃບອານຸຍາດ ສ້າງຕັ້ງຈາກທະນາຄານແຫ່ງ ສ.ປ.ປ ລາວ. ໃບອານຸຍາດເລກທີ 37/ກຄສງ ລົງວັນທີ 19/09/2014 ສະຖາບັນການເງິນໂຊກໄຊ ໄດ້ດໍາເນີນທຸລະກິດຢ່າງເປັນທາງການໃນວັນທີ 12/12/2014 ອາຄານຕັ້ງຢູ່ຖະໜົນ ອາຊຽນ, ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ສະຖາບັນການເງິນຈຸລະພາກໂຊກໄຊ ປະກອບມີ ປະທານຂາຮຸ້ນ, ສະພາບໍລິຫານ, ອໍານວຍການ ແລະ ບຸກຄະລາ ກອນທີ່ມີຄຸນນະພາບ, ມີຄວາມຮູ້ຄວາມສາມາດ, ມີປະສິດທິຜົນ ແລະ ທັນສະໄໝ່ ເພື່ອຮັບປະກັນສິດຜົນປະໂຫຍດ ຂອງລູກຄ້າຜູ້ໃຊ້ບໍລິການ. ສະຖາບັນການເງິນດັ່ງກ່າວໄດ້ດໍາເນີນທຸລະກິດຕາມສິດຂອບເຂດທີ່ກໍານົດຂອງທະນາ ຄານແຫ່ງ ສ.ປ.ປ ລາວ ທີ່ວ່າງອອກແຕ່ລະໄລຍະ.
ຕະຫຼອດໄລຍະທີ່ຜ່ານມາສະຖາບັນການເງິນຈຸລະພາກໂຊກໄຊ ໄດ້ມີການຂະຫຍາຍຕົວເພີ່ມຂື້ນໃນແຕ່ລະດ້ານຢ່າງ ຕໍ່ເນື່ອງ ເຊັ່ນ: ທາງດ້ານບຸກຄະລາກອນ, ວິຊາສະເພາະ ແລະ ລະບົບທີ່ທັນສະໄໝ ເພື່ອນໍາໃຊ້ເຂົ້າໃນວຽກງານ ດັ່ງກ່າວ ຊື່ງສະແດງອອກຄື: ສະຖາບັນໄດ້ເປີດໃຫ້ບໍລິການສິນເຊື່ອເພື່ອສົ່ງເສີມ ແລະ ພັດທະນາທຸລະກິດຂະໜາດ ນ້ອຍໃນທຸກຂະແໜງການເສດຖະກິດ, ບໍລິການເງິນຝາກດ້ວຍລະບົບທີ່ທັນສະໄໝ່ທີ່ເອີ້ນວ່າ: ແທວເລີ (Teller) ຫຼື ລະບົບໂປຼແກຼມອາກາດເອັມເອຟ໌ໄອ (Akat MFI), ສາມາດອອນລາຍໄດ້ທົ່ວລະບົບ ແລະ ເປັນສະຖາບັນແຫ່ງ ທໍາອິດທີ່ນໍາໃຊ້ລະບົບບໍລິການຮັບເງິນຝາກນອກສະຖານທີ່ໂດຍຜ່ານລະບົບເຄື່ອງແທັບເລັດ (Taplet) ເທິງມືຖື.